Skip to main content

ຂໍຄວາມຊ່ວຍເຫຼືອດຽວນີ້ ຫຼື ລາຍງານອາຊະຍາກຳທີ່ເກີດຈາກຄວາມກຽດຊັງ (Lao)

ຂໍຄວາມຊ່ວຍເຫຼືອຕອນນີ້ເລີຍ

ອ່ານຄຳແນະນຳລຸ່ມນີ້ເພື່ອຮູ້ຈັກວິທີການຂໍຄວາມຊ່ວຍເຫຼືອທີ່ວ່ອງໄວ ແລະ ວິທີລາຍງານອາຊະຍາກຳທີ່ເກີດຈາກຄວາມກຽດຊັງທີ່ທ່ານໄດ້ເຫັນ ຫຼື ໄດ້ປະສົບມາ.

 

ເພື່ອຂໍຄວາມຊ່ວຍເຫຼືອກໍລະນີສຸກເສີນ

ຖ້າທ່ານ ຫຼື ຜູ້ໃດໜຶ່ງທີ່ທ່ານຮູ້ຈັກໃກ້ຈະຕົກຢູ່ອັນຕະລາຍ, ໃຫ້ໂທ 9-1-1 ຫຼື ຕິດຕໍ່ພະແນກຕຳຫຼວດທ້ອງຖິ່ນຂອງທ່ານ.

ເພື່ອຂໍຄວາມຊ່ວຍເຫຼືອກໍລະນີສຸກເສີນ
 

ເພື່ອລາຍງານອາຊະຍາກຳທີ່ເກີດຈາກຄວາມກຽດຊັງ

ຖ້າທ່ານເຊື່ອວ່າທ່ານເປັນຜູ້ເຄາະຮ້າຍຂອງອາຊະຍາກຳທີ່ເກີດຈາກຄວາມກຽດຊັງ ຫຼື ເຊື່ອວ່າທ່ານໄດ້ພົບເຫັນອາຊະຍາກຳທີ່ເກີດຈາກຄວາມກຽດຊັງ:

ຂັ້ນຕອນ 1: ໃຫ້ລາຍງານອາຊະຍາກຳກັບຕຳຫລວດທ້ອງຖິ່ນໃຫ້ໄວເທົ່າທີ່ໄວໄດ້.

ຂັ້ນຕອນ 2: ຕິດຕາມການລາຍງານນີ້ຢ່າງວ່ອງໄວໂດຍການໂທຫາສາຍດ່ວນ (Tip Line) ຂອງສຳນັກງານສອບສວນກາງ (FBI).

ໂທ FBI Tip Line ທີ່ເບີ 1-800-225-5324

ສຳນັກງານ FBI ນຳໃຊ້ນາຍພາສາຜ່ານທາງໂທລະສັບ ເພື່ອທີ່ພວກເຂົາສາມາດລົມກັບທ່ານໄດ້.. ເມື່ອທ່ານໂທເຂົ້າຈະມີຂໍ້ຄວາມບັນທຶກໜຶ່ງນາທີເປັນພາສາອັງກິດ ແລະ ສະເປນ. ໃຫ້ຢູ່ໃນສາຍຈົນກວ່າທ່ານໄດ້ຍິນຄົນຮັບສາຍຕົວຈິງ. ເວົ້າຊື່ພາສາຂອງທ່ານ ແລະ ຜູ້ຮັບສາຍໂທຈະເຊື່ອມຕໍ່ທ່ານກັບນາຍພາສາທີ່ມີຄວາມສາມາດເໝາະສົມເພື່ອຊ່ວຍທ່ານລາຍງານອາຊະຍາກຳທີ່ເກີດຈາກຄວາມກຽດຊັງທີ່ທ່ານໄດ້ຮູ້ ຫຼື ໄດ້ປະສົບມາ.

ອາຊະຍາກຳທີ່ເກີດຈາກຄວາມກຽດຊັງແມ່ນຫຍັງບໍ?

ອາຊະຍາກຳ

+

ແຮງຈູງໃຈໃນການກະທຳຜິດໂດຍອີງຕາມອະຄະຕິ

=

ອາຊະຍາກຳທີ່ເກີດຈາກຄວາມກຽດຊັງ

ຄວາມກຽດຊັງ: ຄຳສັບ "ຄວາມກຽດຊັງ" ສາມາດເຮັດໃຫ້ເຂົ້າໃຈຜິດໄດ້. ເມື່ອມັນໃຊ້ໃນກົດໝາຍວ່າດ້ວຍອາຊະຍາກຳທີ່ເກີດຈາກຄວາມກຽດຊັງ, ຄຳວ່າ "ຄວາມກຽດຊັງ ຫຼື hate" ບໍ່ໝາຍເຖິງ ກ້ຽວໂກດ, ໃຈຮ້າຍ ຫຼື ການບໍ່ມັກໂດຍທົ່ວໄປ. ໃນບໍລິບົດນີ້ “ຄວາມກຽດຊັງ ຫຼື hate” ໝາຍເຖິງການມີອະຄະຕິຕໍ່ຜູ້ຄົນ ຫລື ກຸ່ມຄົນທີ່ມີຈຸດລັກສະນະສະເພາະເຊິ່ງກົດໝາຍໄດ້ນິຍາມໄວ້.

ອາຊະຍາກຳ: "ອາຊະຍາກຳ" ໃນອາຊະຍາກຳທີ່ເກີດຈາກຄວາມກຽດຊັງມັກຈະເປັນການກະທຳຜິດທີ່ຮຸນແຮງ ເຊັ່ນວ່າ: ການໂຈມຕີ, ການຄາດຕະກຳ, ການລັກວາງເພີງ, ການທຳລາຍຊັບສິນ ຫຼື ການຂູ່ທີ່ຈະກະທຳອາຊະຍາກຳດັ່ງກ່າວ. ມັນອາດຍັງຈະກວມເອົາການສົມຮູ້ຮ່ວມຄິດ ຫຼື ການຂໍໃຫ້ຄົນອື່ນກະທຳອາຊະຍາກຳດັ່ງກ່າວ, ເຖິງແມ່ນວ່າບໍ່ມີການກະທຳອາຊະຍາກຳກໍ່ຕາມ.

ເຫດການທີ່ມີອະຄະຕິ ຫຼື ຄວາມກຽດຊັງ: ການກະທຳຈາກຄວາມຮູ້ສຶກບໍ່ມັກໂດຍບໍ່ມີເຫດຜົນທີ່ບໍ່ແມ່ນອາຊະຍາກຳ ແລະ ບໍ່ກ່ຽວພັນກັບຄວາມຮຸນແຮງ, ການນາບຂູ່ ຫຼື ການທຳລາຍຊັບສິນ.

ກົດໝາຍວ່າດ້ວຍອາຊະຍາກຳທີ່ເກີດຈາກຄວາມກຽດຊັງແຫ່ງລັດຖະບານກາງໄດ້ກວມເອົາອາຊະຍາກຳຕ່າງໆທີ່ໄດ້ກະທຳໂດຍອີງໃສ່:

ເຊື້ອຊາດ ຄວາມພິການ
ເຜົ່າພັນ/ສັນຊາດເດີມ ສີຜິວ
ການນິຍົມທາງເພດ ເພດ
ຕົວຕົນທາງເພດ ສາສະໜາ

ກົດໝາຍວ່າດ້ວຍອາຊະຍາກຳທີ່ເກີດຈາກຄວາມກຽດຊັງແຫ່ງລັດມີການຜັນປ່ຽນ. ສ່ວນໃຫ່ຍແມ່ນກວມເອົາອາຊະຍາກຳຕ່າງໆທີ່ໄດ້ກະທຳໂດຍອີງໃສ່ ເຊື້ອຊາດ, ສີຜິວ ແລະ ສາສະໜາ. ແລະ ຫລາຍໆກໍລະນີກໍຍັງລວມເອົາໝວດເພີ່ມເເຕີມອີກດ້ວຍ.

ການແກ້ໄຂລັດຖະທຳມະນູນຄັ້ງທີໜຶ່ງ ແລະ ເສລີພາບໃນການປາກເວົ້າ:

ພາຍໃຕ້ ການແກ້ໄຂລັດຖະທຳມະນູນແຫ່ງສະຫະລັດອາເມຣິກາຄັ້ງທີໜຶ່ງ (First Amendment of the U.S. Constitution), ປະຊາຊົນບໍ່ສາມາດຖືກຮ້ອງຟ້ອງພຽງແຕ່ຍ້ອນຄວາມເຊື່ອຂອງເຂົາເຈົ້າ, ເຖິງວ່າຄວາມເຊື່ອເຫຼົ່ານັ້ນແມ່ນການລ່ວງລະເມີດກ້າວກ່າຍກໍ່ຕາມ. ເຖິງແນວໃດກໍ່ຕາມ, ການແກ້ໄຂລັດຖະທຳມະນູນແຫ່ງສະຫະລັດ ອາເມຣິກາຄັ້ງທີໜຶ່ງ ບໍ່ໄດ້ປົກປ້ອງຜູ້ຄົນທີ່ກໍ່ອາດສະຍາກຳຍ້ອນຄວາມເຊື່ອທີ່ໄດ້ຮັບການປົກປ້ອງ.

Updated November 17, 2023